ນະໂຍບາຍຄວາມເປັນສ່ວນຕົວ
1. ກ່ຽວກັບ SIENG
SIENG ແມ່ນແພລດຟອມປົກປ້ອງຜູ້ບໍລິໂພກຢ່າງເປັນທາງການ ຂອງ ສປປ ລາວ ພາຍໃຕ້ການອະນຸມັດຈາກ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ. ແອັບນີ້ຊ່ວຍໃຫ້ຜູ້ບໍລິໂພກທຸກຄົນສາມາດແຈ້ງບັນຫາ, ສົ່ງຄຳຮ້ອງທຸກ ແລະ ຕິດຕາມການແກ້ໄຂຈາກໜ່ວຍງານລັດທີ່ກ່ຽວຂ້ອງໄດ້ໂດຍກົງ. ທ່ານສາມາດຮ້ອງທຸກກ່ຽວກັບສິນຄ້າບົກຜ່ອງ, ການບໍລິການທີ່ຫຼອກລວງ ຫຼື ການຄ້າທີ່ບໍ່ຍຸດຕິທຳ ພ້ອມແນບຫຼັກຖານ ແລະ ຕິດຕາມສະຖານະໄດ້ຕະຫຼອດເວລາ, ທັງຍັງສາມາດອັບເດດຂໍ້ມູນ, ຂ່າວສານ ແລະ ຄຳແນະນຳດ້ານກົດໝາຍຈາກທາງການໄດ້ຢ່າງສະດວກສະບາຍ.
2. ຜູ້ທີ່ຄວນໃຊ້ SIENG
SIENG ສ້າງຂຶ້ນເພື່ອເປັນຊ່ອງທາງທີ່ເປັນທາງການ ແລະ ເຊື່ອຖືໄດ້ ສຳລັບຜູ້ບໍລິໂພກທຸກຄົນ (ທັງຜູ້ທີ່ອາໄສຢູ່ ແລະ ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ) ໃນການແຈ້ງບັນຫາທີ່ເກີດຈາກສິນຄ້າ ຫຼື ການບໍລິການ. ບໍ່ວ່າຈະເປັນການໄດ້ຮັບສິນຄ້າບົກຜ່ອງ, ລາຄາທີ່ບໍ່ຍຸດຕິທຳ ຫຼື ຄຸນນະພາບການບໍລິການທີ່ບໍ່ໄດ້ມາດຕະຖານ, ລວມທັງຜູ້ທີ່ຕ້ອງການສຶກສາສິດທິຂອງຕົນຕາມກົດໝາຍປົກປ້ອງຜູ້ບໍລິໂພກ. ແອັບນີ້ເປີດໃຫ້ທຸກຄົນສາມາດນຳໃຊ້ໄດ້ໂດຍບໍ່ເສຍຄ່າບໍລິການ.
3. ການເກັບກຳ ແລະ ການນຳໃຊ້ຂໍ້ມູນ
3.1 ປະເພດຂໍ້ມູນ
SIENG ເກັບກຳຂໍ້ມູນດັ່ງຕໍ່ໄປນີ້ສຳລັບຈຸດປະສົງທີ່ໄດ້ອະທິບາຍໄວ້ຂ້າງລຸ່ມ:
- ຊື່ ແລະ ນາມສະກຸນ: ເກັບກຳເພື່ອລະບຸຜູ້ຮ້ອງທຸກ.
- ອາຍຸ: ເກັບກຳເພື່ອຢືນຢັນວ່າຜູ້ໃຊ້ຕ່ຳຄຸນສົມບັດໃນການຍື່ນຄຳຮ້ອງທາງການ.
- ເບີໂທລະສັບ: ເກັບກຳຂໍ້ມູນເພື່ອຢືນຢັນ OTP ໃນການລົງທະບຽນ/ເຂົ້າສູ່ລະບົບ ແລະ ເພື່ອໃຫ້ເຈົ້າໜ້າທີ່ສາມາດຕິດຕໍ່ພົວພັນກັບທ່ານ ກ່ຽວກັບການແກ້ໄຂຄຳຮ້ອງທຸກ.
- ອີເມວ (ບໍ່ບັງຄັບ): ຜູ້ໃຊ້ສາມາດລະບຸຊ່ອງທາງການຕິດຕໍ່ເພີ່ມເຕີມ ເພື່ອຄວາມສະດວກໃນການປະສານງານ ແລະ ຕິດຕາມຄວາມຄືບໜ້າຂອງຄຳຮ້ອງທຸກ.
- ທີ່ຢູ່: ຂໍ້ມູນນີ້ ຈະຖືກເກັບກຳເພື່ອປະກອບເຂົ້າໃນຂັ້ນຕອນການຮ້ອງທຸກ ແລະ ຊ່ວຍໃຫ້ໜ່ວຍງານທີ່ກ່ຽວຂ້ອງສາມາດກຳນົດຂອບເຂດເຂດການປົກຄອງ (ບ້ານ, ເມືອງ, ແຂວງ) ທີ່ຈະຕ້ອງຮັບຜິດຊອບແກ້ໄຂ.
- ບັດປະຈຳຕົວ / Passport: ເກັບກຳເພື່ອຢືນຢັນຕົວຕົນຂອງຜູ້ຮ້ອງທຸກໃນການຍື່ນຄຳຮ້ອງຢ່າງເປັນທາງການ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ຄວາມຮັບຜິດຊອບຕໍ່ຂໍ້ມູນທີ່ໄດ້ລາຍງານ.
- ຂໍ້ມູນຫຼັກຖານ: ຮູບພາບ, ວິດີໂອ, ໄຟລ໌ສຽງ ແລະ ໃບບິນ ຈະຖືກເກັບຮັກສາໄວ້ເປັນຫຼັກຖານປະກອບຄຳຮ້ອງທຸກ ເພື່ອຊ່ວຍໃຫ້ເຈົ້າໜ້າທີ່ສາມາດກວດສອບ ແລະ ດຳເນີນການແກ້ໄຂບັນຫາໄດ້ໄວຂຶ້ນ.
- ຂໍ້ມູນຄຳຮ້ອງ ລວມທັງຂໍ້ມູນຜູ້ປະກອບການ: ເກັບກຳຂໍ້ມູນເປັນສ່ວນໜຶ່ງຂອງຄຳຮ້ອງທຸກ ລວມທັງລາຍລະອຽດຂອງສິນຄ້າ, ການບໍລິການ, ການຊື້ ແລະ ຂໍ້ມູນຂອງຮ້ານຄ້າ ຫຼື ຜູ້ໃຫ້ບໍລິການທີ່ກ່ຽວຂ້ອງ.
3.2 ຈຸດປະສົງການເກັບກຳ
ຂໍ້ມູນທັງໝົດທີ່ SIENG ເກັບກຳ ຈະຖືກນຳໃຊ້ເພື່ອຈຸດປະສົງໃນການຍື່ນຄຳຮ້ອງທຸກ, ຢືນຢັນຕົວຕົນ, ສະໜັບສະໜູນການແກ້ໄຂບັນຫາຂອງເຈົ້າໜ້າທີ່, ແລະ ເພື່ອຄວາມສະດວກໃນການຕິດຕໍ່ສື່ສານລະຫວ່າງທ່ານ ກັບ ໜ່ວຍງານທີ່ກ່ຽວຂ້ອງເທົ່ານັ້ນ.
3.3 ການແບ່ງປັນຂໍ້ມູນ
ຂໍ້ມູນຂອງທ່ານຈະຖືກແບ່ງປັນໃຫ້ແກ່ ກົມການຄ້າພາຍໃນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອໃຊ້ໃນການດຳເນີນການແກ້ໄຂຄຳຮ້ອງທຸກເທົ່ານັ້ນ. ເຮົາບໍ່ມີນະໂຍບາຍຂາຍ, ເຊົ່າ ຫຼື ແບ່ງປັນຂໍ້ມູນສ່ວນຕົວກັບບຸກຄົນທີສາມ ເພື່ອຈຸດປະສົງທາງການຄ້າ.
4. ການຈັດການ ແລະ ຄວາມປອດໄພຂອງຂໍ້ມູນ
4.1 ການຈັດການຂໍ້ມູນຢ່າງປອດໄພ
ພວກເຮົາໃຫ້ຄວາມສຳຄັນກັບຄວາມປອດໄພຂອງຂໍ້ມູນສ່ວນຕົວຂອງທ່ານ. ມາດຕະການດັ່ງຕໍ່ໄປນີ້ໄດ້ຖືກນຳໃຊ້ເພື່ອປົກປ້ອງຂໍ້ມູນຂອງທ່ານ:
- ການເຂົ້າລະຫັດ: ຂໍ້ມູນທັງໝົດທີ່ສົ່ງລະຫວ່າງແອັບ ແລະ ເຊີຟເວີ ຈະຖືກເຂົ້າລະຫັດຕາມມາດຕະຖານຄວາມປອດໄພ ເພື່ອປ້ອງກັນການລັກລອບເຂົ້າເຖິງ ຫຼື ການດັກຟັງຂໍ້ມູນໂດຍບໍ່ໄດ້ຮັບອະນຸຍາດ.
- ການຄວບຄຸມການເຂົ້າເຖິງ: ການເຂົ້າເຖິງຂໍ້ມູນສ່ວນຕົວ ແລະ ຂໍ້ມູນອ່ອນໄຫວຂອງທ່ານ ຖືກຈຳກັດໄວ້ສະເພາະເຈົ້າໜ້າທີ່ ແລະ ບຸກຄະລາກອນທີ່ໄດ້ຮັບອະນຸຍາດ ທີ່ມີຄວາມຈຳເປັນໃນການດຳເນີນງານເທົ່ານັ້ນ.
4.2 ການເກັບຮັກສາ ແລະ ການລຶບຂໍ້ມູນ
ພວກເຮົາເກັບຮັກສາຂໍ້ມູນຂອງທ່ານສະເພາະໄລຍະເວລາທີ່ຈຳເປັນ ຫຼື ຕາມທີ່ກົດໝາຍກຳນົດ. ທ່ານສາມາດຮ້ອງຂໍລຶບບັນຊີ ແລະ ຂໍ້ມູນທັງໝົດຂອງທ່ານໄດ້ທຸກເວລາ, ໂດຍພວກເຮົາຈະດຳເນີນການໃຫ້ໂດຍໄວທີ່ສຸດ.
5. ການຂໍອະນຸຍາດ
- ກ້ອງຖ່າຍຮູບ: ຂໍອະນຸຍາດເຂົ້າເຖິງກ້ອງຖ່າຍຮູບ ເພື່ອຖ່າຍຮູບ ຫຼື ບັນທຶກວິດີໂອສິນຄ້າ ແລະ ເຫດການ ເພື່ອໃຊ້ເປັນຫຼັກຖານປະກອບຄຳຮ້ອງທຸກ.
- ໄມໂຄໂຟນ: ຂໍອະນຸຍາດເຂົ້າເຖິງໄມໂຄໂຟນ ເພື່ອບັນທຶກສຽງ ເພື່ອໃຊ້ເປັນຫຼັກຖານປະກອບຄຳຮ້ອງທຸກ.
- ຄັງຮູບພາບ: ຂໍອະນຸຍາດເຂົ້າເຖິງຄັງຮູບພາບ ເພື່ອເລືອກແນບຮູບ, ວິດີໂອ, ໃບບິນ ຫຼື ເອກະສານຫຼັກຖານປະກອບຄຳຮ້ອງທຸກ.
6. ການດາວໂຫຼດ ຫຼື ການນຳໃຊ້ແອັບ
ການດາວໂຫຼດ ຫຼື ນຳໃຊ້ SIENG ໝາຍເຖິງທ່ານຍອມຮັບເງື່ອນໄຂເຫຼົ່ານີ້: ຫ້າມຄັດລອກ, ດັດແປງ, ຖອດຮູບແບບວິສະວະກຳ, ພະຍາຍາມເຂົ້າເຖິງຊອດໂຄດ (Source Code), ແປພາສາ ຫຼື ສ້າງແອັບເວີຊັນດັດແປງ. ເຄື່ອງໝາຍການຄ້າ, ລິຂະສິດ ແລະ ຊັບສິນທາງປັນຍາທັງໝົດທີ່ກ່ຽວຂ້ອງກັບແອັບນີ້ ແມ່ນເປັນຊັບສິນສະເພາະຂອງເຈົ້າຂອງລິຂະສິດເທົ່ານັ້ນ.
7. ການປ່ຽນແປງນະໂຍບາຍນີ້
ພວກເຮົາອາດປັບປຸງນະໂຍບາຍຄວາມເປັນສ່ວນຕົວນີ້ເປັນໄລຍະ ເພື່ອໃຫ້ແທດເໝາະກັບການປ່ຽນແປງຂອງແອັບ ຫຼື ຂໍ້ກຳນົດທາງກົດໝາຍ. ທຸກການປ່ຽນແປງຈະຖືກເຜີຍແຜ່ໃນໜ້ານີ້ ແລະ ມີຜົນບັງຄັບໃຊ້ທັນທີ. ພວກເຮົາແນະນຳໃຫ້ທ່ານເຂົ້າມາກວດສອບໜ້ານີ້ເປັນປະຈຳ.
8. ຕິດຕໍ່ພວກເຮົາ
ຖ້າທ່ານມີຄຳຖາມ ຫຼື ຄວາມກັງວົນໃດໆ ກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວ ຫຼື ວິທີການຈັດການຂໍ້ມູນ ກະລຸນາຕິດຕໍ່ພວກເຮົາໄດ້ທີ່:
Email: cyberusmobtest@gmail.com
Phone: +856 20 5211 7799